ມູນນິທິຄອບຄັວ THE ROBERT H. N. HO

ເຊິນຮ່ວມແຂ່ງຂັນເພື່ອທຶນການສຶກສາແລະທຶນ ເລື້ອງການສືກສາພຸດທະສາດສະໜາ

ປີ 2020-21

ບໍລິຫານໂດຍ the American Council of Learned Societies

The American Council of Learned Societies (ACLS) ເຊີນສົ່ງຄໍາຮ້ອງສະຫມັກເພື່ອທຶນຂອງໂຄງການມູນນິທິ Robert H. N. Ho ເລື້ອງການສືກສາພຸດທະສາດສະໜາ. ໃນການຮ່ວມມືກັບມູນນິທິ, ACLS ສະເຫນີໃຫ້ມີການແຂ່ງຂັນເພື່ອທຶນການສຶກສາແລະທຶນ ມີຈຸດປະສົງເພື່ອຂະຫຍາຍຄວາມເຂົ້າໃຈແລະການແປຄວາມຫມາຍຂອງຄວາມຄິດທາງພຸດທະສາສະຫນາໃນການສຶກສາແລະສັງຄົມ, ເພື່ອເສິມສ້າງເຄືອຂ່າຍສາກົນຂອງການສຶກສາພຸດທະສາສະຫນາ, ແລະເພື່ອເພີ່ມການເບິ່ງເຫັນກະແສນະວັດກໍາໃຫມ່ໃນການສຶກສາເຫຼົ່ານັ້ນ.

ທຶນການສຶກສາການຂຽນປະລິນຍາເອກ
(Dissertation Fellowships)
ທຶນການສຶກສາຫນຶ່ງປີ ໃຫ້ບັນດາຜູ້ສຳເລັດການສຶກສາປະລິນຍາເອກ ສໍາລັບການກະກຽມຢ່າງເຕັມເວລາ ເພື່ອຂຽນປະລິນຍາເອກ  
ທຶນການສຶກສາຮຽນປະລິນຍາເອກ
(Postdoctoral Fellowships)
ທຶນການສຶກສາສອງປີ ໃຫ້ບັນດາຜູ້ສຳເລັດການສຶກສາ ປະລິນຍາເອກຫຼ້າສຸດ  ສໍາລັບເຮສິເດນໃນວິທະຍາໄລ 
ສໍາລັບການຄົ້ນຄວ້າ, ການຂຽນ, ແລະການສອນ 
ທຶນການສຶກສາເພື່ອການຄົ້ນຄວ້າ
(Research Fellowships)
ທຶນການສຶກສາສໍາລັບນັກວິຊາການ ທີ່ສຳເລັດການສຶກສາປະລິນຍາເອກ, ບໍ່ມີຂໍ້ຈໍາກັດກ່ຽວກັບເວລາຈາກປະລິນຍາເອກ   
ທຶນເພື່ອການແກ້ໄຂແນວວິຈານແລະ
ການແປເພື່ອການສຶກສາ
 
(Critical Editions and 
Scholarly Translations)
ການຊ່ວຍເຫຼືອຮ່ວມກັນແລະທຶນຂອງບຸກຄົນ ສໍາລັບການແກ້ໄຂແນວວິຈານ ການແປບົດບົດເລື່ອງການປະຕິບັດຄູບາ (canonical texts), ແລະການແປວຽກງານວິຊາການທີ່ທັນສະໄຫມ    
ຕໍາແຫນ່ງສາດສະດາຈານໃຫມ່
(New Professorships)
ທຶນຫຼາຍປີ ໃຫ້ວິທະຍາໄລແລະມະຫາວິທະຍາໄລ ເພື່ອເພື່ອສ້າງ ຫຼືຂະຫຍາຍການສອນໃນການສຶກສາພຸດທະສາສະຫນາ  

ເຫຼົ່ານີ້ແມ່ນການແຂ່ງຂັນລະດັບໂລກ. ບໍ່ມີຂໍ້ຈໍາກັດກ່ຽວກັບສະຖານທີ່ເຮັດວຽກງານທີ່ໄດ້ສະເຫນີ, ສັນຊາດຂອງຜູ້ສະຫມັກ, ຫຼືພາສາຂອງຜົນງາຍທີຂຽນເປັນລາຍລັກອັກສອນອັນສຸດທ້າຍ. ໃບສະຫມັກຕ້ອງສົ່ງເປັນພາສາອັງກິດ. 
ຂໍ້ມູນແລະຄໍາຮ້ອງສະຫມັກຂອງໂປແກຼມທີ່ຄົບຖ້ວນມີຢູ່ທີ່ www.acls.org/programs/buddhist-studies/.

ມື້​ກໍາ​ນົດສົ່ງຄໍາຮ້ອງສະຫມັກຂໍທຶນການສຶກສາແລະທຶນ: 16 ເດືອນພະຈິກ 2020
ມື້​ກໍາ​ນົດສົ່ງຄໍາຮ້ອງສະຫມັກສະຖາບັນສໍາລັບຕໍາແຫນ່ງສາດສະດາຈານ: 8 ເດືອນມັງກອນ 2021

ສໍາລັບຂໍ້ມູນເພີ່ມເຕີມ ໂປດສົ່ງອີເມວຫາ [email protected].